ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະນຳກະຊວງປ້ອງກັນປະເທດ ອວຍພອນຄະນະນຳກະຊວງປ້ອງກັນຄວາມສະຫງົບ


ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່
ການເມືອງກອງທັບ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າດອກໄມ້ ເຂົ້າອວຍພອນ ຄະນະນໍາກະຊວງ ປ້ອງກັນຄວາມສະຫງົບ
ເນື່ອງໃນໂອກາດຂໍ່ານັບຮັບຕ້ອນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ

    ວັນທີ 4 ເມສາ 2024 ນີ້, ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ຫົວໜ້າກົມໃຫຍ່ ການເມືອງກອງທັບ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າດອກໄມ້ ເຂົ້າອວຍພອນຄະນະນໍາກະຊວງ ປ້ອງກັນຄວາມສະຫງົບ ເນື່ອງ
ໃນໂອກາດຂໍ່ານັບຮັບຕ້ອນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ (5 ເມສາ 1961-5 ເມສາ 2024) ເຊິ່ງໃຫ້ການຕ້ອນຮັບໂດຍ
ສະຫາຍ ພົນໂທ ກົງທອງ ພົງວິຈິດ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ.

     ໂອກາດດັ່ງກ່າວ, ສະຫາຍ ພົນໂທ ທອງລອຍ ສີລິວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ-ໄຊຊະນະ ທີ່ທົ່ວກໍາລັງ ປກສ ຍາດມາ ໄດ້
ໃນຕະຫຼອດໄລຍະຜ່ານມາ, ໂດຍກໍາລັງ ປກສ ເປັນກຳລັງທີ່ຄຽງບ່າຄຽງໄຫຼ່ກັບກອງທັບ ປະຕິບັດໜ້າທີ່ໃນການ ປົກປັກຮັກສາຄວາມສະຫງົບ-ປອດ
ໄພໃຫ້ທົ່ວສັງຄົມກໍຄືປະເທດຊາດໄວ້ຢ່າງໝັ້ນຄົງ, ພ້ອມນີ້ ຍັງໄດ້ກ່າວຄໍາອວຍພອນໄຊອັນປະເສີດ ໃຫ້ຄະນໍາກະຊວງ ປກສ ຕະຫຼອດຮອດພະນັກ
ງານ-ນັກຮົບ ຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ປະສານສົມທົບກັບກໍາລັງ ປ້ອງກັນປະເທດ ປະຕິບັດພາລະກິດ ວຽກງານອັນມີກຽດສະຫງ່າ ທີ່ພັກ-ລັດ
ແລະ ປະຊາຊົນມອບໝາຍໃຫ້, ສືບຕໍ່ພັດທະນາກໍ່ສ້າງຖັນແຖວກໍາລັງ ປກສ ໃຫ້ນັບມື້ ເຕີບໃຫຍ່ຂະຫຍາຍຕົວກ້າວໜ້າ ທັນສະໄໝຂຶ້ນຢ່າງບໍ່ຢຸດຢັ້ງ.

     ພ້ອມນີ້, ສະຫາຍ ພົນໂທກົງທອງ ພົງວິຈິດ, ກໍໄດ້ຕາງໜ້າໃຫ້ ຄະນະນໍາກະຊວງ ປກສ ກ່າວສະແດງຄວາມຂອບໃຈຕໍ່ຄະນະນໍາ ກະຊວງປ້ອງ
ກັນປະເທດ ທີ່ເຫັນຄວາມສໍາຄັນຂອງວັນດັ່ງກ່າວ ແລະ ເຂົ້າມາອວຍພອນໃນຄັ້ງ, ຖືເອົາໂອກາດນີ້ອວຍພອນໃຫ້ ຄະນະນຳກະຊວງປ້ອງກັນປະເທດ
ຕະຫຼອດຮອດພະນັກງານ-ນັກຮົບທົ່ວກອງທັບ ຈົ່ງມີສຸຂະພາບແຂງແຮງພ້ອມກັນ, ເຮັດສໍາເລັດໜ້າທີ່ການເມືອງ ທີ່ມີກຽດສະຫງ່ານຳພາປະເທດຊາດ
ກ້າວຂຶ້ນຕາມແບບແຜນ ແລະ ທັນສະໄໝ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 05/04/2024